ພຣະສັມມາສັມພຸດທະເຈົ້າ

Ø ພຣະພຸດທະເຈົ້າຕອນ ‘’ສະເດັດໂປຣດພຣະມະເຫສີນາງຍະໂສທະຣາ’’:
      ໃນຄາວພະພຸດທະອົງກັບຢ້ຽມ ກຸງກະບິລພັດ ພຣະພຸດທະອົງໄດ້້ສະເດັດນຳພຣະພິກຂຸສົງສາວົກ ໄປໂປຣດພຣະມະເຫສີນາງຍະໂສທະຣາ ເຖິງທີ່ປະທັບຕາມຄຳຮ້ອງຂໍ ຈາກພຸດທະບິດາ ເນື່ອງຈາກພຣະນາງເສົ້າໂສກເສຍພຣະໄທຢ່າງໃຫ່ຍຫລວງ ຈົນບໍ່ສາມາດຈະອອກມາເຝົ້າຟັງພຣະທັມເໝືອນກັບຜູ້ອື່ນໆໄດ້ ແລະ ດວ້ຍພຣະມະຫາກະຣຸນາ ພຣະພຸດທະອົງ

          

ຈຶ່ງສະເດັດເຂົ້າໄປຫາາເຖິງພຣະນາງ ແລະແລ້ວ ກໍ່ໄດ້ສະແດງທັມໂປຣດພຣະມະເຫສີ ເຊິ່ງພຣະພຸດທະອົງໄໄດ້ຕຣັດເລົ່າເຖິ່ງ ຄຸນງາມຄວາມດີຂອງພຣະນາງໃນອາດີດ  ແລະ ຊົງສະແດງພຣະທັມໃຫ້ມະເຫສີເຂົ້າສໃຈ ຈົນບັນລຸເຖິງໂສດາປະຕິຜົນ ສວ່ນພຣະຣາຊະກຸມານຣາຫຸລ ພຣະພຸດທະອົງໄດ້ໂປຣດໃຫ້ພຣະສາຣີບຸດ ບັນພະຊາ ໃຫ້ເປັນສາມະເນນຮູບທທຳອິດໃນພຣະພຸດທະສາສນາທເຊິ່ງພະຊົນມາຍຸພຽງແຕ່ເຈັດພັນສາ ສະນັ້ນຈຶ່ງເປັນຫຼັກໃນພຣະພຸດທະສາສນາ ຈົນເເທົ່າທຸກວັນນີ້....

ວັດທະນະທຳວ່າດ້ວຍການນອບນ້ອມ

ວັດທະນະທຳກ່ຽວກັບການນອນນ້ອມ
        ການເຄົາລົບ ຫມາຍເຖິງການສະແດງ ຄວາມນັບຖື ຫຼື ຄວາມມີສຳມາຄາຣະວະ ດ້ວຍການຂາບໄຫວ້ ນົບນ້ອມຕ້ອນຮັບ ແລະ ສຳລວມໃນກິລິຍາມາລະຍາດອັນສະຫງົບສະຫງ່ຽມ ຮຽບຮ້ອຍ.ບຸກຄົນທີ່ຄວນເຂົາລົບມີດັ່ງນີ້:
        ພຣະສົງສາມະເນນ ເພາະທ່ານເປັນຜູ້ມີສິນເປັນເນື້ອນາບຸນ ຂອງໂລກທີ່ພຸດທະບໍລິສັດຄວນໃຫ້ການເຄົາ.
        ບິດາ ມານດາ ເພາະທ່ານເປັນ ຜູ້ມີພະຄຸນທີ່ລຽ້ງເຮົາມາແຕ່ນ້ອຍຈົນໃຫ່ຍ ລູກໆຄວນບໍ່ຫລົງລືມພະຄຸນ
        ຄູອາຈານ ເພາະທ່ານເປັນຜູ້ໃຫ້ວິຊາ ໃຫ້ຄວາມຮູ້ແກ່ເຮົາຈົນສາມາດ ອ່ານອອກຂຽນເປັນ ແລະ ມີວຽກເຮັດງານທຳ
        ຍາດພີ່ນ້ອງຜູ້ໃຫຍ່ ເຊິ່ງເປັນບຸກຄົນທີ່ຄວນເຄົາລົບ ນັບຖືເປັນສູນລວມ ເປັນທີ່ເພິ່ງ ແລະ ເປັນຜູ້ນຳໃນການສ້າງຄຸນງາມຄວາມດີ ຂອງລູກຫລານ
        ທ່ານຜູ້ນຳ ແລະ ບຸກຄົນສຳຄັນ ເຊິ່ງທ່ານເປັນຜູ້ຊີ້ນຳ ນຳພາສ້າງສາປະເທດຊາດ ແລະ ສັງຄົມ
        ບຸກຄົນທົ່ວໄປເຊັ່ນ ທ່ານໄດ້ໃຫ້ຄວາມເອື້ຶອເຝື້ອເພື່ອແຜ່ ຊວ່ຍເຫລືອເຮົາໃນດ້ານຕ່າງໆ ແລະ ບຸກຄົນຜູ້ທີ່ມີອາຍຸສູງ ສະເຫມີກັນ ຫລື ເພື່ອນມິດເປັນຕົ້ນ.
                                ການສະແດງຄວາມເຄົາລົບ
        ການສະແດງມີຫລາຍລັກສະນະ ບໍ່ວ່າທາງດ້ານການຄຳນັບ ການນົບ ການຂາບ ການໄຫວ້ ຕ່າງໆ ການທີ່ຈະສະແດງ ຄວາມເຄົາລົບຢ່າງໃດຢ່າງຫນຶ່ງນັ້ນ ຕ້ອງພິຈາລະນາວ່າ ຜູ້ທີ່ຈະຄວາມເຄົາລົບ ຈາກເຮົານັ້ນຢູ່ໃນຖານະໃດ ໂອກາດໃດເພື່ອຈະສະແດງ ຄວາມເຄົາລົບ ໃຫ້ຖືກຕ້ອງ ແລະ ເຫມາະສົມ.ການເຄົາລົບມີຢູ່ ໔ ລັກສະນະຄື:ການຄຳນັບ,ການນົບ,ການຂາບ ແລະ ການໄຫວ້
   

ສິ່ງທີ່ຄວນຮູ້ ກ່ຽວກັບເລືອດ


ຮີດສິບສອງ ຄອງສິບສີ່

Ø ເລື່ອງ ຮີດສິບສອງ ແລະ ຄອງສິບສີ່:
.ຄວາມຫມາຍຂອງຄຳວ່າ’’ຮີດ’’:
            ຄຳວ່າ ‘’ຮີດ’’
 ໄດ້ມາຈາກພາສາປາລີນັ້ນກໍ່ຄື ຈາຣີຕ ແປເປັນພາສາລາວ ວ່າ ຈາຮີດ ຕໍ່ເຫລືອແຕ່ຮີດ.ເຊິ່ງ ປະກອບມີ ໑໒ ຢ່າງເຊິ່ງແຕ່ລະເດືອນ ຕອ້ງພາກັນປະຕິບັດຄື:
ບຸນເຂົ້າກັມ(ເດືອນຈຽງ)          ບຸນຊຳຮະ(ເດືອນເຈັດ)
ບຸນຄູນລານ        (ເດືອນຍີ່)            ບຸນເຂົ້າພັນສາ(ເດືອນແປດ)
ບຸນເຂົ້າຈີ່(ເດືອນສາມ)            ບຸນເຂົ້າປະດັບດິນ(ເດືອນເກົ້າ)
ບຸນພະເວດ(ເດືອນສີ່)             ບຸນເຂົ້າສະຫລາກ(ເດືອນສິບ)
ບຸນສົງການ (ເດືອນຫ້າ)          ບຸນອອກພັນສາ(ເດືອນສິບເອັດ)
ບຸນບັ້ງໄຟ(ເດືອນຫົກ)            ບຸນກະຖິ່ນ(ເດືອນສິບສອງ)
.ຄວາມຫມາຍຂອງຄຳວ່າ’’ຄອງ’’:
          ຄຳວ່າ’’ຄອງ’’ຫມາຍເຖິງແນວທາງ ຫລື ແນວ . ເຊິ່ງປະກອບດ້ວຍ ໑໔ ຢ່າງ ທີ່ຈະຕ້ອງປະຕິບັດກັນເຊິ່ງ ຈະບອກພຽງແຕ່ ຄອງສຳລັບທຸກເພດໄວ ທຸກຖານະເຊິ່ງມີດັ່ງຕໍ່ໄປນີ້:
ຮີດເຈົ້າຄອງຄຸນ                            ຮີດໃພ້ຄອງເຂີຍ
ຮີດທ້າວຄອງເພຍ                         ຮີດປ້າຄອງລຸງ
ຮີດໄພ່ຄອງນາຍ                           ຮີດປູູ່ຄອງຍ່າຮີດຕາຄອງຍາຍ
ຮີດບ້ານຄອງເມືອງ                       ຮີດເຖົ້າຄອງແກ່
ຮີີດຜົວຄອງເມຍ                           ຮີດປີຄອງເດືອນ
ຮີດພໍ່ຄອງແມ່                              ຮີດໄຮ່ຄອງນາ
ຮີດລູກຄອງຫລານ                       ຮີດວັດຄອງສົງ....
                ນອກນັ້ນ ຍັງມີ ຮີດ ສຳລັບຄາລະວາດ ແລະ ຮີດສຳລັບພຣະສົງຄະເຈົ້້າ ເຊິ່ງແບ່ງ ອອກ ເປັນ ໑໔ ຕ່າງຫາກອີກ........

                        (ຄັດມາຈາກປື້ມ ເມຕຕາທັມ ຄູ່ມືປະກອບການສອນສິລທັມ)




ເຄັດລັບສູ່ຄວາມສຳເລັດ

ເຄັດລັບສູ່ຄວາມສຳເລັດ.......
·       ເພື່ອນໃໝ່ ແລະ ສັດຕູເກົ່າຢ່າຟ້າວວ່າງໃຈເຊື່ອ
·       ຜູ້ທີ່ມີສາສນາທີ່ແທ້ຈິ່ງ ບໍ່ແມ່ນຜູ້ທີ່ປະກອບດ້ວຍ ພິທີກັມຕ່າງໆເທົ່ານັ້ນແຕ່ແມ່ນ ຜູ້ທີມີຄວາມຮູ້ສຶກທີ່ດີຢູ່ພາຍໃນຈິດຂອງຕົນ
·       ຄວາມງາມຂຶ້ນຢູ່ກັບສາຍຕາຂອງຄົນເບິ່ງ
·       ເງິນ ບໍ່ມີປະໂຫຍັງເລີບຕໍ່ກັບປະເທດຊາດທີ່ໃຊ້ຈ່າຍ ຫລາຍຕົນຫາມາໄດ້ແລະ ຜົນທີ່ຕາມມາກໍ່ຄື ຈະມີໜີ້ສິນ.....
·       ຖ້າເບິ່ງແຕ່ແນວບໍ່ດີຂອງຫມູ່ ໃຜໆກໍ່ເປັນ ຫມູ່ເຮົາບໍ່ໄດ້
·       ຈິດໃຈຂອງຄົນຜູ້ໜຶ່ງສຳຄັນກວ່າ ຮ່າງກາຍທີ່ແຂັ້ມແຂງຂອງເຂົາ ຄວາມສົດຊື່ນຫ້າວຫັນນັ້ນ ສຳຄັນ ກ່ວາຄວາມຮັ່ງມີຂອງປະເທດ
·       ພຣະຜູ້ເປັນເຈົ້າ ກໍ່ຄືຮັກແພງເຊິ່ງກັນ ແລະ ກັນ ຫາກມະນຸດມີຄວາມຮັກແພງເຊິ່ງກັນ ແລະ ກັນແລ້ວ ເຖິງຈະບໍ່ນົບໄຫ້ວ ພຣະຜູ້ມີ ພະພາກເຈົ້າ ກໍ່ຕາມ ພຣະຜູ້ມີພະພາກເຈົ້າ ກໍ່ມີຄວາມດີໃຈຢ່າງຫາປຽບບໍ່ໄດ້
·       ການຮຽນ ບໍ່ແມ່ນ ພຽງແຕ່ຫມັ່ນຮຽນເທົ່ານັ້ນ ຈຶ່ງຈະປະສົບຜົນສຳເລັດ ແຕ່ອີກ ໃນແງ່ຫນຶ່ງຕ້ອງມີການໃຊ້ ສະຕິປັນຍາອີກດ້ວຍ
·       ບຸກຄົນຜູ້ຫນຶ່ງ ຈະສາມາດຂັບຂີ່ລົດຖີບໄດ້ ລາວຕ້ອງ ມີການເຝິກຝົນເສຍກອນ
·       ກອ່ນທີ່ລາວ ຈະປິ່ວຂິຶ້ນ ບົນທ້ອງຟ້າ ມັນຕ້ອງມີສິ່ງໃດຫນຶ່ງມາ ຈູງໃຈໃຫ້ມັນ ປິ່ວຂຶ້ນ ນັ້ນກໍ່ຄື ລົມ
·       ຄ້ອງຈະດັງເມຶ່ອຖືກຕີ ຄົນຈະດີກໍ່ເມຶ່ອ ຖືກເຕືອນ
·       ຖ້າທ່ານ ເຫັນຄົນ ຂີ້ຫລັກ ທ່ານຈະເຮັດແນວໃດ


 ..........