ຮີດສິບສອງ ຄອງສິບສີ່

Ø ເລື່ອງ ຮີດສິບສອງ ແລະ ຄອງສິບສີ່:
.ຄວາມຫມາຍຂອງຄຳວ່າ’’ຮີດ’’:
            ຄຳວ່າ ‘’ຮີດ’’
 ໄດ້ມາຈາກພາສາປາລີນັ້ນກໍ່ຄື ຈາຣີຕ ແປເປັນພາສາລາວ ວ່າ ຈາຮີດ ຕໍ່ເຫລືອແຕ່ຮີດ.ເຊິ່ງ ປະກອບມີ ໑໒ ຢ່າງເຊິ່ງແຕ່ລະເດືອນ ຕອ້ງພາກັນປະຕິບັດຄື:
ບຸນເຂົ້າກັມ(ເດືອນຈຽງ)          ບຸນຊຳຮະ(ເດືອນເຈັດ)
ບຸນຄູນລານ        (ເດືອນຍີ່)            ບຸນເຂົ້າພັນສາ(ເດືອນແປດ)
ບຸນເຂົ້າຈີ່(ເດືອນສາມ)            ບຸນເຂົ້າປະດັບດິນ(ເດືອນເກົ້າ)
ບຸນພະເວດ(ເດືອນສີ່)             ບຸນເຂົ້າສະຫລາກ(ເດືອນສິບ)
ບຸນສົງການ (ເດືອນຫ້າ)          ບຸນອອກພັນສາ(ເດືອນສິບເອັດ)
ບຸນບັ້ງໄຟ(ເດືອນຫົກ)            ບຸນກະຖິ່ນ(ເດືອນສິບສອງ)
.ຄວາມຫມາຍຂອງຄຳວ່າ’’ຄອງ’’:
          ຄຳວ່າ’’ຄອງ’’ຫມາຍເຖິງແນວທາງ ຫລື ແນວ . ເຊິ່ງປະກອບດ້ວຍ ໑໔ ຢ່າງ ທີ່ຈະຕ້ອງປະຕິບັດກັນເຊິ່ງ ຈະບອກພຽງແຕ່ ຄອງສຳລັບທຸກເພດໄວ ທຸກຖານະເຊິ່ງມີດັ່ງຕໍ່ໄປນີ້:
ຮີດເຈົ້າຄອງຄຸນ                            ຮີດໃພ້ຄອງເຂີຍ
ຮີດທ້າວຄອງເພຍ                         ຮີດປ້າຄອງລຸງ
ຮີດໄພ່ຄອງນາຍ                           ຮີດປູູ່ຄອງຍ່າຮີດຕາຄອງຍາຍ
ຮີດບ້ານຄອງເມືອງ                       ຮີດເຖົ້າຄອງແກ່
ຮີີດຜົວຄອງເມຍ                           ຮີດປີຄອງເດືອນ
ຮີດພໍ່ຄອງແມ່                              ຮີດໄຮ່ຄອງນາ
ຮີດລູກຄອງຫລານ                       ຮີດວັດຄອງສົງ....
                ນອກນັ້ນ ຍັງມີ ຮີດ ສຳລັບຄາລະວາດ ແລະ ຮີດສຳລັບພຣະສົງຄະເຈົ້້າ ເຊິ່ງແບ່ງ ອອກ ເປັນ ໑໔ ຕ່າງຫາກອີກ........

                        (ຄັດມາຈາກປື້ມ ເມຕຕາທັມ ຄູ່ມືປະກອບການສອນສິລທັມ)

ไม่มีความคิดเห็น:

แสดงความคิดเห็น