ວັດທະນະທຳກ່ຽວກັບການນອນນ້ອມ
ການເຄົາລົບ ຫມາຍເຖິງການສະແດງ ຄວາມນັບຖື
ຫຼື ຄວາມມີສຳມາຄາຣະວະ ດ້ວຍການຂາບໄຫວ້ ນົບນ້ອມຕ້ອນຮັບ ແລະ
ສຳລວມໃນກິລິຍາມາລະຍາດອັນສະຫງົບສະຫງ່ຽມ ຮຽບຮ້ອຍ.ບຸກຄົນທີ່ຄວນເຂົາລົບມີດັ່ງນີ້:
ພຣະສົງສາມະເນນ
ເພາະທ່ານເປັນຜູ້ມີສິນເປັນເນື້ອນາບຸນ ຂອງໂລກທີ່ພຸດທະບໍລິສັດຄວນໃຫ້ການເຄົາ.
ບິດາ ມານດາ ເພາະທ່ານເປັນ
ຜູ້ມີພະຄຸນທີ່ລຽ້ງເຮົາມາແຕ່ນ້ອຍຈົນໃຫ່ຍ ລູກໆຄວນບໍ່ຫລົງລືມພະຄຸນ
ຄູອາຈານ ເພາະທ່ານເປັນຜູ້ໃຫ້ວິຊາ
ໃຫ້ຄວາມຮູ້ແກ່ເຮົາຈົນສາມາດ ອ່ານອອກຂຽນເປັນ ແລະ ມີວຽກເຮັດງານທຳ
ຍາດພີ່ນ້ອງຜູ້ໃຫຍ່
ເຊິ່ງເປັນບຸກຄົນທີ່ຄວນເຄົາລົບ ນັບຖືເປັນສູນລວມ ເປັນທີ່ເພິ່ງ ແລະ
ເປັນຜູ້ນຳໃນການສ້າງຄຸນງາມຄວາມດີ ຂອງລູກຫລານ
ທ່ານຜູ້ນຳ ແລະ ບຸກຄົນສຳຄັນ
ເຊິ່ງທ່ານເປັນຜູ້ຊີ້ນຳ ນຳພາສ້າງສາປະເທດຊາດ ແລະ ສັງຄົມ
ບຸກຄົນທົ່ວໄປເຊັ່ນ
ທ່ານໄດ້ໃຫ້ຄວາມເອື້ຶອເຝື້ອເພື່ອແຜ່ ຊວ່ຍເຫລືອເຮົາໃນດ້ານຕ່າງໆ ແລະ ບຸກຄົນຜູ້ທີ່ມີອາຍຸສູງ
ສະເຫມີກັນ ຫລື ເພື່ອນມິດເປັນຕົ້ນ.
ການສະແດງຄວາມເຄົາລົບ
ການສະແດງມີຫລາຍລັກສະນະ ບໍ່ວ່າທາງດ້ານການຄຳນັບ ການນົບ ການຂາບ
ການໄຫວ້ ຕ່າງໆ ການທີ່ຈະສະແດງ ຄວາມເຄົາລົບຢ່າງໃດຢ່າງຫນຶ່ງນັ້ນ ຕ້ອງພິຈາລະນາວ່າ
ຜູ້ທີ່ຈະຄວາມເຄົາລົບ ຈາກເຮົານັ້ນຢູ່ໃນຖານະໃດ ໂອກາດໃດເພື່ອຈະສະແດງ ຄວາມເຄົາລົບ
ໃຫ້ຖືກຕ້ອງ ແລະ ເຫມາະສົມ.ການເຄົາລົບມີຢູ່ ໔ ລັກສະນະຄື:ການຄຳນັບ,ການນົບ,ການຂາບ ແລະ ການໄຫວ້
ไม่มีความคิดเห็น:
แสดงความคิดเห็น