Ø ເລື່ອງ ຮີດສິບສອງ ແລະ ຄອງສິບສີ່:
໑.ຄວາມຫມາຍຂອງຄຳວ່າ’’ຮີດ’’:
ຄຳວ່າ ‘’ຮີດ’’
ໄດ້ມາຈາກພາສາປາລີນັ້ນກໍ່ຄື ຈາຣີຕ ແປເປັນພາສາລາວ
ວ່າ ຈາຮີດ ຕໍ່ມາເຫລືອແຕ່ຮີດ.ເຊິ່ງ ປະກອບມີ ໑໒ ຢ່າງເຊິ່ງແຕ່ລະເດືອນ
ຕອ້ງພາກັນປະຕິບັດຄື:
ບຸນເຂົ້າກັມ(ເດືອນຈຽງ) ບຸນຊຳຮະ(ເດືອນເຈັດ)
ບຸນຄູນລານ (ເດືອນຍີ່)
ບຸນເຂົ້າພັນສາ(ເດືອນແປດ)
ບຸນເຂົ້າຈີ່(ເດືອນສາມ) ບຸນເຂົ້າປະດັບດິນ(ເດືອນເກົ້າ)
ບຸນພະເວດ(ເດືອນສີ່) ບຸນເຂົ້າສະຫລາກ(ເດືອນສິບ)
ບຸນສົງການ (ເດືອນຫ້າ) ບຸນອອກພັນສາ(ເດືອນສິບເອັດ)
ບຸນບັ້ງໄຟ(ເດືອນຫົກ) ບຸນກະຖິ່ນ(ເດືອນສິບສອງ)
໒.ຄວາມຫມາຍຂອງຄຳວ່າ’’ຄອງ’’:
ຄຳວ່າ’’ຄອງ’’ຫມາຍເຖິງແນວທາງ ຫລື ແນວ . ເຊິ່ງປະກອບດ້ວຍ ໑໔ ຢ່າງ
ທີ່ຈະຕ້ອງປະຕິບັດກັນເຊິ່ງ ຈະບອກພຽງແຕ່ ຄອງສຳລັບທຸກເພດໄວ
ທຸກຖານະເຊິ່ງມີດັ່ງຕໍ່ໄປນີ້:
ຮີດເຈົ້າຄອງຄຸນ ຮີດໃພ້ຄອງເຂີຍ
ຮີດທ້າວຄອງເພຍ ຮີດປ້າຄອງລຸງ
ຮີດໄພ່ຄອງນາຍ ຮີດປູູ່ຄອງຍ່າຮີດຕາຄອງຍາຍ
ຮີດບ້ານຄອງເມືອງ ຮີດເຖົ້າຄອງແກ່
ຮີີດຜົວຄອງເມຍ ຮີດປີຄອງເດືອນ
ຮີດພໍ່ຄອງແມ່ ຮີດໄຮ່ຄອງນາ
ຮີດລູກຄອງຫລານ ຮີດວັດຄອງສົງ....
ນອກນັ້ນ
ຍັງມີ ຮີດ ສຳລັບຄາລະວາດ ແລະ ຮີດສຳລັບພຣະສົງຄະເຈົ້້າ ເຊິ່ງແບ່ງ ອອກ ເປັນ ໑໔ ຕ່າງຫາກອີກ........
ການຂາບສົບຜູ້ຕາຍ:
ຂັ້ນທຳອິດແມ່ນໃຫ້ຂາບ ພຣະພຸດທະຮູບກ່ອນຖ້າມີ ຫຼື
ພຣະສົງທີ່ຢູ່ໃນ ພິທີນັ້ນ ຈູດທູບສັກກາລະຫນຶ່ງດອກ ປັກໃສ່ກະຖັງທູບທີ່ຢູ່ຫນ້າໂລງສົບ
ຂາບສົບໃຫ້ຂາບເທື່ອດຽວ( ເຊັ່ນດ່ຽວກັນກັບການຂາບປູ່ຍ່າຕາຍາຍ ບິດອນມານດາ)
|
ຫລົງຫນອ້ຍ ກໍ່ທຸກຫນອ້ຍ ຫລົງຫລາຍກໍ່ທຸກຫລາຍ
ບໍ່ຫລົງກໍ່ບໍ່ທຸກ ທ່ານເອີຍ.....
|
ປະໂຫຍດ ແລະ ອະນິສົງຂອງການສະແດງ ຄວາມຄຳນັບ:
ເປັນຄົນທີ່ຫນ້າຮັກໄຄ່
ຫນ້າອັນດູ ຫນ້າເກັ່ງໃຈ ເປັນສະເຫນທີ່ບໍ່ຕອ້ງເພິ່ງພາສິ່ງຂອງພາຍນອກ ເປັນຜູ້ມີ
ບຸກຂະລິກກະພາບໄດ້ດີ ຜິວພັນຜ່ອງໃສຫນ້າຄົບຫາ ເປັນທີ່ຫນ້າຂອງມະນຸດ ແລະ ເທວະດາທັງຫລາຍ
ຍອ່ມຈະໄດ້ຮັບຄວາມຈະເລີນ ກ້າວຫນ້າຍິ່ງໆຂຶ້ນໄປ ໃນທຸກດ້ານ
ການເຄົາລົບນອບນອ້ມ
ຄຳນັບຮັບຕອ້ນ ດ້ວຍກາຍກໍ່ດີ ດວ້ຍວາຈາກໍ່ດີ ດວ້ຍໃຈກໍ່ດີ
ສິ່ງນີ້ຈະຢູ່ນຳຊາດບຸກຄົນນັ້ນໆເຊິ່ງແຕ່ລະຊາດຈະເປັນເອກະລັກ ຮີດຄອງປະເພນີການເຄົາລົບແມ່ນມີຄວາມແຕກຕ່າງກັນໄປ
ສຳລັບເອກະລັກປະເພນີລາວເຮົາ ກໍ່ມີຕາມລຳດັບຂັ້ນຕອນ ດັ່ງມຸງຄຸນສູດຕອນຫນຶ່ງກ່າວໄວ້ວ່າ:
ການບູຊາຕໍ່ບຸກຄົນ
ທີ່ຄວນບູຊາເປັນມຸງຄຸນອັນສູງສຸດ ພອ້ມດວ້ຍພອນ ສີ່ ປະການຄື ອາຍຸ ວັນນະ ສຸກຂະ ແລະ
ພະະລະ ຍ່ອມຈະມີແກ່ບຸກຄົນ ທີ່ທຳຄວາມດີເຊັ່ນີ້ແລ...
|
ການທຳດີຖືກດີ ນັ້ນມີຄ່າ
ການທຳດີຖືກເວລາ ມີຄ່າມະຫັນ
ການທຳດີຖືກບຸກຄົນ ຜົນອະນັນ ການທຳດີ ດວ້ຍຄວາມຫມັ່ນນັ້ນ ລະດີ
|
(ຄັດມາຈາກປື້ມ
ເມຕຕາທັມ ຄູ່ມືປະກອບການສອນສິລທັມ)
ไม่มีความคิดเห็น:
แสดงความคิดเห็น