ບົດເພງ ກຸຫລາບປາກຊັນ
ແດນດິນຖິ່ນໄກ ເຫລືອຕາ
ຢູ່ສຸດນະພາ ຍັງມີດອກຟ້າແສນງາມ
ຫາກໃຜໄດ້ເຫັນຕ້ອງມົວຫລົງ ເຝົ້າຝັນພະວົງຫລົງຕິດຕາມ
ສາວເອີຍສາວງາມ ງາມເຫລືອໃຈ
ງາມຈິ່ງດັ່ງຄຳ ເຂົາຊົມ
ຫາກໄດ້ສຸກສົມ ຊື່ນຊົມກັບນ້ອງສົມໃຈ
ອ້າຍຂໍໄຝຝັນແຕ່ນາງດຽວ ບໍ່ຂໍຫຍຸ້ງກ່ຽວຍິງອື່ນໃດ
ເຝົ້າແຕ່ຫຼົງໄຫຼ ໄຝຝັນໃຈປອງ
ໂອ ກຸຫຼາບ ສະຫວັນ
ແຫ່ງເມືອງປາກຊັນ ທີ່ອ້າຍໄຝຝັນຫມາຍປອງ
ໃຈຫວັງຄູ່ຄຽງປະຄອງ ກຸຫຼາບເປັ່ງສີດັ່ງທອງ
ເມື່ອຍາມແສງສ່ອງ ຈາກດວງສຸລີ
ຍາມແລງຄ່ຳລົງ ນ້ຳຊັັນ
ໂອບໍໍລິຄັນ ນ້ຳຊັນໄຫຼຜ່ານໃສດີ
ແລເຫັນໝູ່ສາວເຈົ້າລ່ອງລອຍ ໝູ່ປາໃຫຍ່ນ້ອຍລອຍຫຼີ້ນຄີ
ສິ້ນແສງສຸລີ ສອດສີແສງຈັນ
ບົດເພງ ນ້ຳຂອງຍາມແລງ
ຫຼຽວ...... ເຫຼືອລົງນຳນ້ຳຂອງ
ເມື່ອຍາມແລງແສງທອງ ພວມຈາກລາ
ເຫັນ...... ໝູ່ນາວາລ່ອງລອຍ
ຖືກຄຄື້ນຟອງພັດໄກວ ຕາມປະສາ
ຫຼຽວ..... ເບິ່ງໝູ່ມວນນົກກາ
ຕ່າງກໍ່ພາ ກັນບິນຂ້ຽວບິນໄປໄກແສນໄກ
ສາວ.... ຈາກວຽງວັງໂສມງາມ
ຍາງເປັນແພເລາະຕາມ ແຄມຫາດຊາຍ
ສຽງ...... ໂຫ່ຮ້ອງກ້ອງດັງ
ປຽບກັບພິນເມື່ອຟັງ ພາລັບໄຫຼ
ສາວ..... ເຈົ້າຄົງບໍ່ລ່ຳໄລ
ບໍ່ສົນໃຈ ວ່າຍັງມີໃຜເສົ້າໂສກາ
ງາມແທ້ ເມື່ອມາເຫັນ
ຍາມເຢັນຊື່ນ ຢ່າງນີ້
ນະພາຮຸ່ງສົດສີ ນະທີຊ່າງງາມຕາ ຮື....
ແສງ..... ຈາກສຸລີຄ່ອຍເບົາ
ດັ່ງບອກເຕືອນໃຫ້ເຮົາ ຄືນເຄຫາ
ຄິດ...... ບໍ່ຢາກລານ້ຳຂອງ
ຢາກນັ່ງຊົມຄື້ນຟອງ ຄູ່ມັດສາ
ສາວ.... ເຈົ້າຄົງບໍ່ຫວນມາ
ກ່ອມສາຍຕາ ຄົນທີ່ຂັດສົນຄວາມຮັກເອີຍ....
ບົດເພງ ພາຍແຫ່ງຄວາມຫລັງ
ຄິດ ເຖິງພາບ ທີ່ເຮົາເຄີຍຮວມປະສານ
ຕ່າງກໍ່ເເອີຍຂານ ວ່າຈະຮັກກັນຊົ່ວນິຣັນດອນ
ເປັນພຽງຄວາມຝັນ ເປັນເໝືອນດັ່ງລະຄອນ
ທີ່ແສນອອນຊອນ ແຕ່ໄຮ້ຄວາມຈິ່ງ
ຄິດ ເຖິງພາບ ທີ່ເຮົາເຄີຍຮວມຮັກກັນ
ຕ່າງກໍ່ສຸກສັນ ບໍ່ເຄີຍຄິດວ່າຈະຊ້ຳຕຣົມ
ກາຍເປັນຄວາມທຸກ ເປັນຄວາມເຈັບຊຂື່ນຂົ່ມ
ທີ່ແສນຣະທົມ ຢົດດ້ວຍນ້ຳຕາ
ເມື່ອຫຼັບ ຕາລົງຄັ້ງໃດ
ຈິດໃຈ ນັ້ນຍັງຄິດເຖິງແຕ່ເຂົາ
ຄິດເຖິງເມື່ອຕອນ ກ່ອນເຄີຍສຸກໃນຮັກເຮົາ
ບັດນີ້ງຽບເງົາ ເປັນພຽງພາບແຫ່ງຄວາມຫຼັງ....
ບົດເພງ ຢາຫຼົງຕົນ..
ເກີດມາເປັນຄົນ ຢາຫຼົງຕົນຈົນລືມຕົວ
ຢ່າຫຼົງເມົາມົວ ຄິດວ່າຕົວເກັ່ງກ້າເກີນຄົນ
ຢ່າເຊື່ອຄຳຫຼວງ ຈະຊ້ຳຊວງເພາະຫຼົງຕົນ
ຫາກຫຼົງຄຳຄົນນ ຈະມອງມົນຈົນໃຈຕົວ
ຄວາມຫຼົງທັມ ໃຫ້ທຸກຫນັກ
ເຫັນກົງຈັກ ວ່າເປັນດອກບົວ
ຫຼົງຢູ່ໃໃນຄວາມຊົ່ວ ຈະພາຕົວໃຫ້ມອງກາຍ
ເກີດມາເປັນ ຢ່າຫຼົງຕົນລືມຄວາມຕາຍ
ໝັ່ນສ້າງດີໄວ້ ຜົນທີ່ໄດ້ຄືຄວາມດີ....

ไม่มีความคิดเห็น:
แสดงความคิดเห็น